SlideShare une entreprise Scribd logo
1  sur  23
Télécharger pour lire hors ligne
Mr. Bouasengpaseuth PHRASITHIDETH
	
  
	
  
	
  
	
  
ຄູ່ມືການຝືກອົບຮົມແລະໃຊ້ງານmove!ຄູ່ມືການຝືກອົບຮົມແລະໃຊ້ງານmove!
ການໃຊ້ບັດຄຳ, ເກມ ແລະ ລະຄອນ
Step by Step
ພະແນກ ສົ່ງເສີມສິ່ງແວດລ້ອມ, ກສສ
Move ແມ່ນຫຍັງ ?Move ແມ່ນຫຍັງ ?
Mr. Bouasengpaseuth PHRASITHIDETH
Mr. Bouasengpaseuth PHRASITHIDETH
Move ແມ່ນຫຍັງ
ຫຼັກການແບບ (MOVE) ສາມາດເຮັດໃຫ້ຜູ້ເຂົ້າຮ່ວມສາມາດອອກແບບ, ວາງແຜນ, ຈັດກອງປະຊຸມ
ປຶກສາຫາລື, ຝືກອົບຮົມ ແລະ ກິດຈະກຳ ກ່ຽວກັບ ການສ້າງຈິດສຳນຶກໃນອະນາຄົດ ໂດຍສະເພາະ
ຢູ່ໃນເຂດຫ່າງໄກສອກຫລີກ.
ຜູ້ເຂົ້າຮ່ວມສາມາດຮຽນຮູ້ ກ່ຽວກັບ ການທົບທວນຄືນສໍາລັບພາລະບົດບາດຂອງເຂົາເຈົ້າ ກໍຄືການເປັນ
ຜູ້ອຳນວຍຄວາມສະດວກ, ໂດຍສະເພາະຜູ້ເຂົ້າຮ່ວມ ຈະສາມາດນໍາໃຊ້ເຄື່ອງຊ່ວຍປະຈັກຕາ ເພື່ອຊ່ວຍ
ໃຫ້ເຂົ້າໃຈທົ່ວໄປ ແລະ ການສື່ສານ ພ້ອມທັງຄວາມສາມາດໃນການມີສ່ວນຮ່ວມ ເພື່ອລະດົມເອົາສິ່ງ
ທີ່ດີທີ່ສຸດໃນກຸ່ມເຮັດວຽກອອກມາ. ການຮຽນຮູ້ຈະມີປະສິດທິຜົນສູງສຸດ ຖ້າທຸກຄົນໄດ້ປະກອບສ່ວນໃນ
ຂະບວນການແກ້ໄຂບັນຫາ ແລະ ການລະບຸເຖິງບັນຫາທາງອອກທີ່ສ້າງສັນ.
ຫຼັກການແບບ (MOVE) ບາງເທື່ອກໍເອີ້ນວ່າ: ວິທີການແບບ 3H. 3H ຫລື ວ່າ Heads-Hearts-Hands
(ຫົວ-ໃຈ-ມື) ເປັນເຄື່ອງໝາຍຂອງຄວາມຮັບຮູ້, ອາລົມ ແລະ ການຮຽນຮູ້ຕົວຈິງ ຊຶ່ງໝາຍເຖິງ ການຮັບຮູ້,
ຄວາມຮູ້ສຶກ ແລະ ການກະທຳ. ການສື່ສານປະເພດນີ້ ແມ່ນເພື່ອດຶງດູດການສຶກສາຂອງຜູ້ໃຫຍ່ທີ່ມີຕໍ່
ທຸກໆຄວາມຮູ້ສຶກທີ່ຂຶ້ນກັບ 3 ຫລັກການຕົ້ນຕໍຄື: ການດໍາເນີນ ກ່ຽວກັບ ການຝຶກອົບຮົມ,ການນໍາໃຊ້ເຄື່ອງ
ຊ່ວຍປະຈັກຕາ ແລະ ປະສົບການຕົວຈິງ ຍ້ອນວ່າ “ສິ່ງທີ່ພວກເຮົາໄດ້ຟັງ ພວກເຮົາຈະບໍ່ລືມ, ສິ່ງທີ່ພວກ
ເຮົາເຫັນ ພວກເຮົາຈະຈົດຈຳ ແຕ່ສິ່ງທີ່ພວກເຮົາເຮັດນັ້ນ ພວກເຮົາຈະເຂົ້າໃຈ”.
ຫຼັກການແບບ (MOVE) ເປັນເຄື່ອງມື ເພື່ອການກະຕຸ້ນຄວາມຄິດ ແລະ ສ້າງຄວາມເປັນເອກະພາບ
ໃນກຸ່ມຕໍ່ກັບບັນຫາຕົ້ນຕໍທີ່ມີຄວາມສ່ຽງ. ຜູ້ອຳນວຍຄວາມສະດວກທີ່ນໍາໃຊ້ຫຼັກການແບບ (MOVE)
ນຳພາກຸ່ມເຂົ້າມາຮ່ວມກັນໃນການສ້າງຄວາມດຸ່ນດ່ຽງຂອງບັນດາທ່າແຮງໃນຮູບການທີ່ບໍ່ມີການຖືກຄວບ
ຄຸມໃດໆ ຊຶ່ງເຫລືອພຽງແຕ່ແນວຄວາມຄິດເທົ່ານັ້ນ. “ບໍ່ມີໃຜຮູ້ໝົດທຸກສິ່ງທຸກຢ່າງ ແຕ່ວ່າທຸກຄົນຮູ້ບາງ
ສິ່ງບາງຢ່າງ”. ພວກເຂົາມີຄວາມຮັບຮູ້ ກ່ຽວກັບ ບັນຫາທີ່ອາດເປັນຄວາມສ່ຽງ ໂດຍປາສະຈາກການສະ
ແດງອອກມາ. ການສອບຖາມ ແລະ ການສ້າງຄຳຖາມທີ່ຖືກຕ້ອງໃນເວລາທີ່ເໝາະສົມແມ່ນໜຶ່ງໃນໜ້າທີ່
ທີ່ສຳຄັນທີ່ສຸດຂອງພວກເຂົາ. ນອກນັ້ນ, ຜູ້ນຳພາກິດຈະກໍາທີ່ນໍາໃຊ້ຫຼັກການແບບ (MOVE) ຈະຮູ້ດີທີ່ສຸດ
ກ່ຽວກັບ ການຫລິ້ນເກມ ແລະ ກິດຈະກໍາຕ່າງໆ ເພື່ອຊ່ວຍຊຸກຍູ້ກຸ່ມ ແລະ ສ້າງເວທີປຶກສາຫາລື ພ້ອມ
ທັງການສ້າງທິມງານໃນຮູບແບບການວາງແຜນທີ່ດີ. ຄຸນລັກສະນະຕົ້ນຕໍຂອງວິທີການຝຶກອົບຮົມ ແລະ
ການວາງແຜນມີດັ່ງນີ້:
ຄວາມໂປ່ງໃສໃນການຕັດສິນບັນຫາ: ບັນດາຜູ້ເຂົ້າຮ່ວມຈະມີຄວາມໝັ້ນໃຈເພີ່ມຂຶ້ນໃນການອອກຄຳຄິດ
ຄຳເຫັນຮ່ວມກັນ ຖ້າວ່າຄໍາຄິດເຫັນຂອງພວກເຂົາໄດ້ຖືກນຳມາປຶກສາຫາລືຢ່າງເອົາຈິງເອົາຈັງໃນການ
ຕັດສິນບັນຫາໃດໜຶ່ງ. ສະນັ້ນ, ຜູ້ນຳພາກິດຈະກຳຕ້ອງໄດ້ມີຄວາມໂປ່ງໃສ ເພື່ອໃຫ້ເຫັນວ່າເປັນຫຍັງພວກ
ເຮົາຈິ່ງດຳເນີນການໃນຮູບແບບນີ້ ຫລືເປັນຫຍັງເນື້ອໃນສະເພາະໃດໜຶ່ງຈຶ່ງໄດ້ຖືກມີການຄັດເລືອກ.
ການກຳນົດເຖິງຄວາມຕ້ອງການ: ການວາງແຜນ ແລະ ການຝຶກອົບຮົມ ແມ່ນແນໃສ່ຄວາມຕ້ອງການຂອງ
ຜູ້ເຂົ້າຮ່ວມຝຶກອົບຮົມມັນມີຄວາມສຳຄັນໃນການລະບຸເຖິງຄວາມຕ້ອງການຂອງພວກເຂົາໃນໄລຍະເລີ່ມ
ຕົ້ນຂອງການຝຶກອົບຮົມ.
ການຮ່ວມມື ແລະ ການມີສ່ວນຮ່ວມ: ທຸກໆຄວາມຄິດເຫັນຖືວ່າສຳຄັນ ສະນັ້ນ, ການສົນທະນາທີ່ຖືກຕ້ອງ
ແມ່ນຕ້ອງປາສະຈາກການຄອບງຳ ຫລືການນັບຊັ້ນຕຳແໜ່ງ. ທຸກຄົນ, ກຸ່ມ ແລະການເຮັດວຽກທີ່ໄດ້ດີ
ແມ່ນຕ້ອງຢູ່ບົນພື້ນຖານການຊ່ວຍເຫລືອເຊິ່ງກັນ ແລະ ກັນ.
Mr. Bouasengpaseuth PHRASITHIDETH
ການຮຽນຮູ້ໂດຍການປະເມີນຕົນເອງ: ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມໄດ້ມີການປະເມີນຕໍ່ກັບພຶດຕິກຳຂອງເຂົາເຈົ້າ
ເອງ ເພື່ອໃຫ້ພວກເຂົາຈົດຈຳຜົນໄດ້ຮັບຂອງການວາງແຜນ ຫລື ການຝຶກອົບຮົມ ທີ່ມີປະສິດທິພາບທີ່ສູງ
ຂຶ້ນ. ຫຼັກການແບບ (MOVE) ຍັງໄດ້ຊ່ວຍສ້າງຈຸດຢືນໃນທາງພາກປະຕບັດໃນການແກ້ໄຂບັນຫາ ໃນສະ
ຖານະການທີ່ມີການສົມທຽບຂຶ້ນ.
ການນຳພາດຳເນີນກິດຈະກຳ ແລະ ການສ້າງວິໄສທັດແບບມືອາຊີບ: ລະດັບຂອງຄວາມເອົາໃຈໃສ່ຈະ
ເພີ່ມຂຶ້ນໂດຍການນຳໃຊ້ການສ້າງວິໄສທັດໃນຫລາຍໆຮູບແບບ. ຈະມີການຂຽນຄຳສັບ ຫລື ຄຳເວົ້າຕົ້ນຕໍ
ໃສ່ໃນບັດແຜ່ຍເຈ້ຍແຂງ ຊຶ່ງທຸກຄົນສາມາດອ່ານ ແລະ ເບິ່ງເຫັນໄດ້. ເຊິ່ງມັນຈະຊ່ວຍໃຫ້ເຫັນເຖິງຄວາມ
ຖືກຕ້ອງ ແລະ ຫລີກລ້ຽງການເວົ້າຄົນດຽວ ເພື່ອຈະຊ່ວຍໃນການຈົດຈຳອີກດ້ວຍ. ຍິ່ງໄປກວ່ານັ້ນ, ຄວນ
ນຳໃຊ້ເຈັ້ຍຂະໜາດໃຫຍ່ (flip chart), ເຄື່ອງສາຍ (Power points), ການນຳໃຊ້ສື່ຫລາຍໆຮູບແບບ,
ຮູບແຕ້ມ ແລະ ສິ່ງປະຈັກຕາຕ່າງໆ. ຜູ້ເຂົ້າຮ່ວມທຸກຄົນຕ້ອງສາມາດປະກອບສ່ວນໃນຮູບແບບໃດໜຶ່ງ
ເປັນຕົ້ນແມ່ນ ການຊ່ວຍນຳພາຂະບວນການສ້າງກຸ່ມ, ການນຳພາໃນການປຶກສາຫາລື ແລະ ຜົນໄດ້ຮັບ
ຂອງການປຶກສາຫາລືທີ່ເປັນຮູບປະທຳ.
ການປະເມີນຜົນ: ການອະທິບາຍລາຍລະອຽດຂອງບັນຫາ ແມ່ນຈະຊ່ວຍອຳນວຍຄວາມສະດວກໃນ
ການເຮັດວຽກເປັນທີມ ແລະ ຊ່ວຍໃຫ້ມີຮູບແບບທີ່ຍືດຍຸ່ນຕໍ່ກັບເນື້ອໃນ ແລະ ວິທີການຕ່າງໆ. ຜູ້ເຂົ້າຮ່ວມ
ທັງໝົດຄວນມີສ່ວນຮ່ວມຮັບຜິດຊອບຕໍ່ກັບບັນດາຄຳຄິດເຫັນແລະການຕໍານິຕິຊົມ,ການວັດແທກຄວາມ
ຮູ້ສຶກຂອງຜູ້ເຂົ້າຮ່ວມ ແລະ ການໃຫ້ຄຳຄິດເຫັນປະຈຳວັນຂອງຄະນະກຳມະການ.
Mr. Bouasengpaseuth PHRASITHIDETH
ການສ້າງຄວາມລຶ້ກເຄີຍລະຫວ່າງຜູ້ເຂົ້າຮ່ວມນຳກັນ
	 ເປັນການພັງທະລາຍກຳແພງບິດກັນລະຫວ່າງນັກສຳມະນາກອນດ້ວຍກັນ ໂດຍນຳໃຊ້ວິທີການ
ຫຼາຍໆວິທີ ຄື:
•	 ການສະເໜີຕົວເອງໃຫ້ຜູ້ເຂົ້າຮ່ວມຮູ້ (ຊື່..............ໜ້າທີຮັບຜິດຊອບ..........ມາຈາກພາກສ່ວນໃດ)
•	 ການຫຼີນເກມ ເພື່ອສ້າງຄວາມສະນິດສະຫນົມ (ທຳກິດຈະກຳຮ່ວມກັນ)
•	 ການສ້າງຄວາມບັນເທິງ (ຮອງເພັງ ແລະ ພ້ອນ)
•	 ການເລືອກຮູບພາບ ກໍ່ເປັນອີກທາງໜຶ່ງໃນການສ້າງຄວາມລຶ່ງເຄີຍ (ຊື່, ໜ້າທີຮັບຜິດຊອບ, ມາຈາກ
ພາກສ່ວນ ແລະ ໃຫ້ບອກສາເຫດວ່າເປັນຫຍັງຈຶ່ງມັກຮູບພາບນີ້ໃຫ້ຜູ້ເຂົ້າຮ່ວມຟັງ)
Mr. Bouasengpaseuth PHRASITHIDETH
ການນຳສະເໜີເນື້ອໃນ ແລະ ພິທີການ
	 ເປັນການບອກກ່າວວັດຖຸປະສົ່ງໃນການ
ໃນການຈັດຝືກອົບຮົມ ຕັ້ງແຕ່ມື້ເປີດຈົນຮອດມື້ປິດ
ວ່າຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຫຍັງແນ່
•	 ໄດ້ຮຽນແນວຄິດພື້ນຖານ,ວິທີການແລະເຄື່ອງ
ມື້ ສຳລັບ ອຳນວຍຄວາມສະດວກໃນການເຮັດວຽກ
ເປັນກຸ່ມ ໂດຍສະເພາະ ການດຳເນີນ ແລະ ການ
ໃຊ້ສິ່ງປະຈັກຕາ
•	 ຝືກຫັດຫຼາຍໆວິທີການ ແລະ ເຄື່ອງມືການດຳ
ເນີນ ແລະ ນຳສິ່ງປະຈັກຕາ - ຕ.ຢ ການລະດົມ
ສະໝອງ, ບົດຝືກຫັດ, ເກມ, ຄົ້ນຄວ້າເປັນກຸ່ມອື້ນໆ
ໃນຫຼາຍໆສະຖານະການແລະໄລຍະຕະຫຼອດເຮັດ
ວຽກເປັນກຸ່ມ
•	 ຮຽນຮູ້ວິທີອອກແບບ, ວາງແຜນ ແລະ ຮ່າງບົດ
ສຳລັບ ວຽກງານຕ່າງໆໃນຕໍ່ໜ້າ
•	 ທົບທວນເບິ່ງບົດບາດຂອງການເປັນຜູ້ອຳນວຍ
ຄວາມສະດວກ ຫຼື ຜູ້ດຳເນີນໃນວຽກກຸ່ມ
•	 ປະເມີນຂໍ້ຈຳກັດ ແລະ ທ່າແຮງຂອງ Move ສຳລັບການສຶກສາ ແລະ ສືສານຂໍ້ມູນດ້ານສິ່ງແວດລ້ອມ
	 ເປັນການບອກວາການດຳເນີນການຝືກ
ອົບຮົມຕັ້ງແຕ່ມື້ທຳອິດຈົນຮອດມື້ສຸດທ້າຍ ເພື່ອ
ໃຫ້ຜູ້ເຂົ້າຮ່ວມຮູ້ວ່າໃນແຕ່ລະມື້ ແມ່ນເຮົາຈະເຮັດ
ຫຍັງແນ່ໃນແຕ່ລະວັນ
•	 ແນະນຳຕົວເອງ, ເນື້ອໃນ ແລະ ວິທີການ
ຄວາມຄາດຫວັງຂອງຜູ້ເຂົ້າຮ່ວມ
•	 ຫຼັກການເຮັດວຽກ ແລະ ຄວາມສາມາດ Move
ຫຼັກການຂຽນບັດຄຳ
•	 ຄຳແນະນຳ ສຳລັບ ການລະດົມສະໝອງ ແລະ
ຄຳແນະນຳສຳລັບການເຮັດວຽກເປັນກຸ່ມ
•	 ເກມລະດົມສະໜອງໃນການຮັກສາໄຂ
Mr. Bouasengpaseuth PHRASITHIDETH
ການປະເມີນກ່ອນການຝືກອົບຮົມ
	 ເປັນການປະເມີນຄວາມຮູ້ຄວາມສາມາດ
ຂອງນັກສຳມະນາກອນກ່ອນການເຂົ້າຝືກອົບຮົມ
ວ່າທ່ານມີຄວາມຮູ້ໜ່ອຍຫຼາຍປານໃດ ກ່ຽວກັບ ຫົວ
ຂໍ້ຂອງການຝືກອົບຮົມ ເພື່ອໃຫ້ທາງຜູ້ຈັດຮູ້ເຖີງ
ຄວາມຮູ້ຕວາມສາມາດຂອງຜູ້ເຂົ້າຮວ່ມ ເພື່ອຈະ
ເອົາມາປຽບທຽບພາຍຫຼັງໄດ້ຮັກການຝືກອົບຮົມ
ແລ້ວ ວ່າມີມີຕວາມປ່ຽນແປງໃນການຮັບຮູ້ໜອຍ
ຫຼາຍປານໃດ ທ່ານມີທັກສະດ້ານຕ່າງໆລຸ່ມນີ້ບໍ່
•	 ດຳຫນວຍຄວາມສະດອກ ແລະ ດຳເນີນງານ
ໃດໜື່ງ
•	 ວາງແຜນ ແລະ ຈັດງານໃດໜື່ງ
•	 ເຮັດວຽກເປັນທິມ
•	 ການຈັດຕັ້ງປະຕິບັດ
•	 ການນຳສະເໜີປະເດັນນຳໃຊ້ສິ່ງປະຈັກຕາ
ຄວາມຄາດຫວັງ
	 ເປັນການສອບຖາມຄວາມຄາດຫວັງວ່າ
ຜູ້ເຂົ້າຮ່ວມຕ້ອງການຮຽນຮູ້ຫຍັງ ຈາກການຝືກອົບ
ຮົມຄັ້ງນີ້ ເພື່ອຜູ້ຈັດຈະໄດ້ເຮັດຕາມຄວາມຕ້ອງ
ການຂອງນັກສຳມະນາກອນ ຈາກນັ້ນກໍ່ຈັດເປັນ
ກຸ່ມຕາມຄວາມເໝາະສົມວ່າມັນຈະຢູ່ໃນກຸ່ມໃດ
(ຫລັກການ,ການສືສານກັບຊຸມຊົນ,ວິທີການ,ການ
ນຳໃຊ້ສິ່ງປະຈັດຕາ, ຫລັກສະນະຂອງຜູ້ດຳເນີນ,
ການປະເມີນ, ການວາງແຜນ ແລະ ອອກແບບ...)
Mr. Bouasengpaseuth PHRASITHIDETH
ອົງປະກອບຂອງສິ່ງປະຈັດຕາ
•	 ກະດານອ່ອນ
•	 ເຈັ້ຍເພືອງຂະໜາດໃຫຍ່
•	 ເຂັ້ມ
•	 ປະເພດ ແລະ ຂະໜາດເຈັ້ຍບັດຄຳ
•	 ບິກເພີດ (ຕ້ອງໃຊ້ຫົວໃຫຍ່)
•	 ກາວ
•	 ສາຍການພົວພັນ
•	 ສັນຍາລັກຕ່າງໆ
•	 ກະດານຂາວ
•	 ເຈັ້ຍໂພດສະເຕີ
ຫລັກການເຮັດວຽກແບບ Move ນຳໃຊ້ທ່າແຮງຂອງມະນຸດໃຫ້ເກີດປະໂຫຍດສູງສຸດ
•	 ການມີສ່ວນຮ່ວມ ແລະ ການຮ່ວມມື້
	 - ປະສົບການທີ່ແຕກຕ່າງກັນ ແມ່ນລ້ວນແລ້ວແຕ່ມີຄວາມສຳຄັນເທົ່າກັນ
	 - ແຕ່ລະຄຳເຫັນມີຄວາມໝາຍ ເຮັດໃຫ້ການສົນທະນາມີຄວາມຍຸດຕິທຳ
	 - ການເຮັດວຽກເປັນບຸກຄົນ, ເປັນກຸມ່ ລວມກຸ່ມໃຫຍ່ ປະສົມປະສານຊ່ວຍເຫຼືອຊິ່ງກັນແລະກັນ
	 - ກະຕຸ້ນຄວາມສາມາດ ແລະ ພອນສະຫວັນ
•	 ການເນັ້ນໃສ່ບັນຫາ
	 - ຫົວຂໍ້ສອດຄອງກັບສະພາບການເຮັດວຽກຂອງຜູ້ເຂົ້າຮ່ວມ
	 - ຍົກຄຳຖາມທີ່ສອດຄອງ
	 - ມີໂອກາດ ສຳລັບ ການແລກປ່ຽນຄຳຄິດເຫັນ ທັດສະນະຢ່າງສ້າງສັນ
	 - ອຳນວຍຄວາມສະດວກສຳຫຼັບການເຮັດວຽກເປັນທີມ ດ້ວຍການປະສົມປະສານເນື້ອໃນ ວິທີ
	 ການຢ່າງຍຶດຢຸ່ນ
•	 ການສຳໃຊ້ສິ່ງປະຈັກຕາເຄື່ອນຍ້າຍໄດ້
	 - ຄຳເວົ້າຫລັກ, ປະໂຫຍດຫລັກ, ຂຽນໃສ່ບັດຄຳ, ຂຽນໂຕໃຫຍ່ ເພື່ອໃຫ້ບຸກຄົນເບິ່ງເຫັນ
	 - ນຳໃຫ້ເຫັນສິ່ງຈະແຈ້ງ ແລະ ເປັນສິ່ງຊ່ວຍຈຳ
	 - ໜື່ງຄຳເຫັນ, ໜື່ງບັດຄຳ
	 - ໃຫ້ຂຽນບໍ່ເກີນສາມແຖວໃນໜື່ງບັດຄຳ
•	 ມີການປະເມີນຜົນຢ່າງຕໍ່ເນື່ອງ
	 - ການຂັດຈັງວະ ແມ່ນໃຫ້ບູລະມະສິດ ແກ່ການໃຫ້ຄວາມກະຈ່າງແຈ້ງ
Mr. Bouasengpaseuth PHRASITHIDETH
	 - ຄ່ອຍໆສ້າງຄວາມກະຈ່າງແຈ້ງປະເດັນຕ່າງໆ
	 - ເພື່ອອຳນວຍຄວາມສະດວກການເຮັດວຽກເປັນທີມ ແລະ ວິທີການຍືດຍຸ່ນດ້ານເນື້ອໃນ
	 -ມີກະດ້ານສຳລັບຂຽນຄຳວິຈານ ແລະ ຄຳແນະນຳ ຕາຕະລາງວັດແທກອາລົມ ແລະ ຄະນະສິດ
	 ເວນ ເພື່ອໃຫ້ຄຳຕຳນິຕິຊົມຮັບປະກັນວ່າມີການແປ່ງຄວາມຮັບຜິດຊອບກັນລະຫວ່າງນັກສຳມະ
	 ນາກອນກັບວິທະຍາກອນ
ຫລັກການຂຽນບັດຄຳ
ຫລັກການ ເຫດຜົນ ສິ່ງທີ່ຜິດພາດ
ໜຶ່ງຄຳເຫັນ-ໜຶ່ງບັດຄຳ ເຮັດໃຫ້ສາມາດຈັດເປັນກຸ່ມຄຳ
ເຫັນ
ສາມຄຳເຫັນໃນບັດດຽວແມ່ນບໍ່
ສາມາດເບິ່ງໄດ້ຈັດເຈນ ແລະ ບໍ່
ສາມາດແປ່ງກຸ່ມໄດ້
ສູງສຸດສາມແຖວຕໍ່ບັດ ອ່ານງ່າຍແນມເຫັນດີ ດັ່ງທີ່ທ່ານກໍ່ເຫັນແລ້ວວ່າໜັງສື
ມັນໜ້ອຍລົງ ຖ້າທ່ານຂຽນຫຼາຍ
ກວ່າສາມແຖວຕໍ່ບັດ ຊິ່ງບໍ່ສາ
ມາດອ່ານອອກ(ຖ້າເບີ່ງມາແຕ່
ໄກ
ຂຽນໃຫ້ສັນກະທັດຫັດຈະແຈ້ງ
ແລະ ຂຽນແຕ່ແຈຊ້າຍ
ເພື່ອປະຫຍັດພື້ນທີໄວ້ຂຽນເພີ້ມ ຖ້າເຮົາເລີ້ມຂຽນແຈຂວາຈະເຮັດ
ໃຫ້ເສຍເນື້ອທີ
ໃຊ້ຕົວຂຽນນ້ອຍ-ໃຫຍ່ ດີກວ່າ ແລະ ອ່ານໄດ້ໄວກວ່າ ຖ້າຂຽນຕົວໃຫຍ່ໝົດຈະເຮັດໃຫ້
ອ່ານຍາກ
ໃຊ້ບິກເພີດສົ້ນໃຫຍ່ຂຽນ ເພື່ອອ່ານໄດ້ງ່າຍກວ່າ ຖ້າທ່ານໃຊ້ເພີດສົ້ນນ້ອຍຂຽນ
ຈະເຮັດໃຫ້ໜັງສືບາງໂພດ ແລະ
ອ່ານບໍ່ຢາກເຫັນ
Mr. Bouasengpaseuth PHRASITHIDETH
ຊອງທາງການຮັບຮູ້ຂໍ້ມູນ
•	 ລົດຊາດ ແລະ ຊິມລົດຊາດ
•	 ການສຳພັດ
•	 ດົມກິ່ນ
•	 ຫູຟັງ
•	 ເບິ່ງເຫັນ
ການເຮັດໃຫ້ຈື່ໄດ້ງ່າຍ
•	 ສິ່ງທີ່ທ່ານອ່ານ
•	 ສິ່ງທີ່ທ່ານໄດ້ຍິນ
•	 ສິ່ງທີ່ທ່ານເຫັນ
•	 ສິ່ງທີ່ທ່ານເຫັນ ແລະ ທ່ານໄດ້ຍິນ
•	 ສິ່ງທີ່ທ່ານເວົ້າ
•	 ສິ່ງທີ່ທ່ານເວົ້າ ແລະ ທ່ານໄດ້ເຮັດໄປພ້ອມ
Mr. Bouasengpaseuth PHRASITHIDETH
ບາດກ້າວໃນການໃຊ້ບັດຄຳ
1.	 ແນະນຳເບື້ອງຕົ້ນວ່າໃຊ້ແນວໃດ ແລະ ຂຽນບັດຄຳ
2.	 ຮ່າງຄຳຖາມໃຫ້ຈະແຈ້ງ ແລະ ສະແດງໃສ່ສິ່ງປະຈັກຕາ
3.	 ໃຫ້ເວລາພຽງພໍສຳຫລັບຂຽນ ແລະ ກວດແກ້ບັດ
4.	 ເກັບບັດທີ່ຂຽນແລ້ວ ແລະ ສັບປົນກັນ
5.	 ອ່ານແຕ່ລະບັດດັງໆ ແລະ ຕິດໃສ່ກະດານອ່ອນ(ໜຶ່ງກະດານບໍ່ໃຫ້ເກິນ 30 ບັດ)
6.	 ຮ່ວມກັບຜູ້ເຂົ້າຮ່ວມຈັດບັດເຂົ້າກັນເປັນກຸ່ມ
7.	 ຈົ່ງຫວ່າງ ລະຫວ່າງແຕ່ລະກຸ່ມໄວ້ ເພື່່ອໃຫ້ສາມາດຕື່ມ ແລະ ຍ້າຍໄດ້
8.	 ຂິດອ້ອມແຕ່ລະກຸ່ມບັດ ໂດຍໃຊ້ບິກເພີດຮ່ອງໃຫຍ່ອາດເຮັດເປັນຮູບກ້ອນເມກ
9.	 ຄັດເລືອກ ແລະ ຂຽນຫົວຂໍ້ ສຳລັບ ແຕ່ລະກຸ່ມໂດຍໃຊ້ບັດທີ່ມີຮູບແບບອື່ນໆ
10.	ໃຊ້ກາວຕິດບັດຄຳເຫຼົ່ານີ້ໃສ່ເຈັ້ຍເຟືອງແຜ່ນໃຫຍ່ ແລະ ເກັບໄວ້ເບິ່ງເພື່ອຈື່
ຄຳແນະນຳ ສຳລັບ ວຽກກຸ່ມ ການລະດົມສະຫມອງ
•	 ຈັດສະຖານທີ່ເຮັດວຽກຂອງກຸ່ມໃຫ້ສະດວກ
•	 ສະແດງໜ້າວຽກຂອງກຸ່ມເປັນຄຳເວົ້າ
•	 ຖາມເພື່ອຄວາມກະຈ່າງແຈ້ງ
•	 ເລືອກຜູ້ປະສານງານຂອງກຸ່ມ, ຜູ້ສະເໜີ ແລະ
ຜູ້ຈັບເວລາ
•	 ເກັບກຳຄຳເຫັນໂດຍໃຫ້ແຕ່ລະຄົນຂຽນໃສ່ບັດ
ກ່ອນ
•	 ໃຊ້ບັດເຫຼືອງເພື່ອຢຸດຜູ້ທີ່ເວົ້າຍາວເກີນເວລາ
•	 ສະມາຊິກກຸ່ມສະເໜີບັດຄຳຂອງຕົນດ້ວຍການ
ຕິດຢາຍໄປໃສ່ກະດານ
•	 ເມື່ອສະມາຊິກກຸ່ມທຸກຄົນຕິດບັດຄຳຂອງຕົນ
ແລ້ວ ໃຫ້ກຸ່ມຈັດບັນດາບັດຄຳເປັນກຸ່ມ ດ້ວຍການ
ສົນທະນາຄວາມໝາຍຂອງບັດຄຳກ່ອນ
•	 ເມື່ອຈັດກຸ່ມແລ້ວ ກໍ່ໃສ່ຫົວຂໍ້ຂອງແຕ່ລະກຸ່ມ
ບັດຄຳ
•	 ຈຸດທີ່ຍັງຖົກຖຽງກັນບໍ່ທັນຕົກແຕກ ກໍ່ຄວນ
ໝາຍເຄື່ອງໝາຍໃສ່
•	 ກຽມນຳສະເໜີໃຫ້ກຸ່ມລວມ
Mr. Bouasengpaseuth PHRASITHIDETH
ບົດຝືກຫັດ ການລະດົມສະຫອງ
ກະລຸນາສົນທະນາ ແລະ ລະດົມສະໝອງ ກ່ຽວກັບ
ຄຳຖາມ/ໜ້າວຽກ ເປັນ 3 ກຸ່ມ ໂດຍໃຊ້ທິດທາງແນະ
ນຳ ກ່ຽວກັບ ການລະດົມສະໝອງ ແລະ ທິດທາງແນະ
ນຳ ກ່ຽວກັບ ການເຮັດວຽກເປັນກຸ່ມ ທີ່ຫາກໍ່ແນະນຳ
ໃຫ້ຂຽນຄຳເຫັນໃສ່ບັດຄຳແລ້ວຕິດ ແລະ ຈັດຄຳເຫັນ
ເປັນກຸ່ມໃສ່ກະດານໃຫ້ຈະແຈ້ງທີ່ສຸດ ເພື່ອໃຫ້ອ່ານ
ງ່າຍ
ທ່ານມີເວລາບໍ່ເກີນ 30 ນາທີ ນຳສະເໜີຜົນໃຊ້ໜື່ງ
ກະດານເທົ່ານັ້ນ ນຳໃຊ້ບັດຄຳ ແລະ ບິກເພີດສີ.
ໃຫ້ກຽມພ້ອມນຳສະເໜີຜົນຊ້າສຸດບໍ່ກາຍ 5 ນາທີ.
ທ່ານມີເວລາສູງສຸດ 15 ນາທີ ສຳລັບ ນຳສະເໜີ.
ການເປັນນັກວິທະຍາກອນຕ້ອງມີສາມຢ່າງ
ຫົວ (ດ້ານການຮັບຮູ້ ເພື່ອຮູ້), ຫົວໃຈ (ດ້ານປະສິດທິຜົນ ເພື່ອຮູ້ສຶກ) ແລະ ມື (ດ້ານຈິດໃຈກະຕຸ້ໃຫ້ເຮັດ)
ວິທີນຳໃຊ້ສິ່ງປະຈັກຕາຢາງມີປະສິດທິຜົນ
•	 ຕົວຢ່າງທີ່ດີ
- ດຶງດູດຄວາມສັນໃຈ ດ້ວຍການກະຕຸ້ນສາຍຕາ
- ເຊື່ອມຕໍ່ບາງສິ່ງທີ່ຄຸ້ນເຄີຍກັບຜູ້ຟັງ ແຕ່ອາດນຳສະເໜີໃນ
ສະພາບໃໝ່
- ນຳສະເໜີປະເດັນ ຫຼື ຂະບວນການທີ່ສະຫຼັບຊັບຊ້ອນ
ແບບງ່າຍດາຍ
- ກະຕຸ້ນການເຊື່ອມໂຍງສະໜອງກັບຮູບພາບທີ່ກ່ຽວຂ້ອງ
ກັບບັດຄຳ ແລະ ຫົວຂໍ້
- ແຕ່ງອອກມາຢ່າງກົມກືນ (ສະຫຼັບສີເຂົ້າກັນ, ໄລຍະຫ່າງ.)
- ເຮັດໃຫ້ມີການເນັ້ນໜັກຂໍ້ມູນທີ່ຂຽນເປັນລາຍລັກອັກສອນ
ແລະ ຂໍ້ມູນເປັນພາບ
- ໃຊ້ບັດຄຳເປັນປະໂຫຍກເທົ່ານັ້ນ ຂຽນໂຕໃຫຍ່ ເປັນຫຍໍ້
ໜ້າຕາຕະລາງ ຫຼື ຮູບແບບທີ່ໜ້າສົນໃຈອື່ນໆ
- ສ້າງສາຍພົວພັນທີ່ຈະແຈ້ງລະຫວ່າງບົດຂຽນ ແລະ ສິ່ງປະ
Mr. Bouasengpaseuth PHRASITHIDETH
ຈັກຕາ
- ກະຕຸ້ນການສົນທະນາ
•	 ຈຸດອ່ອນ
- ພາໃຫ້ມີຄວາມສັບສົນ ຕົວຢ່າງ ຍ້ອນຂໍ້ມູນຫຼາຍໂພດ
- ເບິ່ງແປກ ແລະ ບໍ່ສອດຄອງໃນເບື້ອງຕົ້ນ ແຕ່ບໍ່ມີການຕີ
ຄວາມໝາຍຕໍ່
- ບໍ່ໄດ້ສະໜອງມຸມມອງອື່ນໆ ກ່ຽວກັບ ຫົວຂໍ້
- ນຳໃຊ້ພາບທີ່ເປັນຕາຖົກຖຽງບໍ່ກ່ຽວຂ້ອງກັບບົດ (ພາບໂຄສະ
ນາ ຫຼື ເຄື່ອງໝາຍຈາກ Power piont ອື່ນໆ)
- ລວມມີພາບທີ່ຂັດແຍ່ງກັນ ຫຼື ຊ່ອງຫວ່າງດ້ານສີ/ການຈັດໜ້າ
- ບັດເລົ່າເລື່ອງທີ່ຕ່າງຈາກຮູບພາບ
- ນຳໃຊ້ວິທີການກະຈາຍຮູບພາບ ແລະ ບົດແບບກະແຈກກະ
ຈາຍ ບໍ່ເຊື່ອມຕໍ່ກັນ
- ສ້າງຄວາມສັບສົນໃນລະດັບໜື່ງ
ຄວາມອາດສາມາດດ້ານ Move
•	 ຄວາມສາມາດຕອນຮັບພົວພັນ ຮັບປະກັນວ່າເນັ້ນໃສ່ໝາກ
ຜົນຂອງວຽກ ແລະ ສ້າງການສືສານທີ່ມີປະສິດທິຜົນ ແລະ ແກ້
ໄຂບັນຫາ
•	 ຄວາມສາມາດສ້າງ ແລະ ນຳໃຊ້ສິ່ງປະຈັກຕາ ສະໜັບສະ
ໜຸນຄວາມເຂົ້າໃຈທົ່ວໄປ ແລະ ຊ່ວຍຈື່ຜົນຂອງວຽກປັດໃຈພາຍ
ນອກ
•	 ຄວາມສາມາດດ້ານການມີສ່ວນຮ່ວມ ດຶງເອົາສິ່ງທີ່ດີທີ່ສຸດ
ອອກມາຈາກກຸ່ມ ໂດຍຂະບວນການຮຽນຮູ້ ເຊິ່ງໝົດທຸກຄົນປະ
ກອບສ່ວນ
•	 ຄວາມສາມາດດ້ານການສ້າງບົດ ຮັບປະກັນວ່າງານມີ
ຄວາມຫຼາກຫຼາຍມີທັງສິ່ງທີ່ເຮັດໃຫ້ໃຈຈົດຈໍ່ ແລະ ສິ່ງທີ່ເຮັດໃຫ້
ຕື້ນເຕັ້ນຄົ້ນຄ້ວາເປັນກຸ່ມແລະສົນທະນາລວມປະສົບການແລະ
ການຮຽນຮູ້
ເກມ ແລະ ລະຄອນ
	 ເປັນການສ້າງບັນຍາກາດໄດ້ດີ ໃນການຝືກອົບຮົມເພາະທຸກຄົນຕ້ອງມີສ່ວນຮວມນຳກັນ
Mr. Bouasengpaseuth PHRASITHIDETH
ສຸດທ້າຍແມ່ນຕ້ອງເຮັດການປະເມີນຄືນ
	 ການປະເມີນຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກສຳມະນາກອນວ່າມີຄວາມເຂົ້າໃຈປານໃດ
ພາຍຫຼັງທີ່ໄດ້ຮັບການຝືກອົບຮົມ
Mr. Bouasengpaseuth PHRASITHIDETH
ການປະເມີນອາລົມ
	 ການປະເມີນອາລົມຂອງຜູ້ເຂົ້າຮ່ວມວ່າມີຄວາມພໍ່ໃຈກັບການຝືກອົບຮົມ ແລະ ມີຄວາມສຸກ
ໜ່ອຍຫຼາຍປານໃດ
Mr. Bouasengpaseuth PHRASITHIDETH
ການປະເມີນວ່າຖືກກັບຄວາມຕ້ອງການ
	 ການເປັນເມີນຈຸດປະສົງວ່າຖືກຕ້ອງຕາມທີນັກສຳມະນາກອນຢາກຮຽນຮູ້ ຢາກໄດ້
Mr. Bouasengpaseuth PHRASITHIDETH
ປະເມີນສະຖານທີ່ ແລະ ອາຫານ
	 ການປະເມີນສະຖານທີ ແລະ ອາຫານ ວ່າເໝາະສົມກັບຄວາມຕ້ອງການໃນການຝືກອົບຮົມ
Mr. Bouasengpaseuth PHRASITHIDETH
ປະເມີນເນື້ອໃນຂອງການຝືກອົບຮົມ
	 ການປະເມີນເນື້ອໃນໃນການຝືກອົບຮົມວ່າມັນຖືກຕ້ອງ ແລະ ເໝາະສົມ
Mr. Bouasengpaseuth PHRASITHIDETH
Mr. Bouasengpaseuth PHRASITHIDETH
Mr. Bouasengpaseuth PHRASITHIDETH
Mr. Bouasengpaseuth PHRASITHIDETH
Mr. Bouasengpaseuth PHRASITHIDETH

Contenu connexe

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (18)

Newsleter deqp x
Newsleter deqp xNewsleter deqp x
Newsleter deqp x
 
Newsleter deqp xi
Newsleter deqp xiNewsleter deqp xi
Newsleter deqp xi
 
Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
Newsleter doe I
Newsleter doe INewsleter doe I
Newsleter doe I
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp iv
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter vii deqp for print size 265x210l
Newsleter vii deqp for print size 265x210lNewsleter vii deqp for print size 265x210l
Newsleter vii deqp for print size 265x210l
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter deqp
Newsleter deqpNewsleter deqp
Newsleter deqp
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Move

  • 1. Mr. Bouasengpaseuth PHRASITHIDETH         ຄູ່ມືການຝືກອົບຮົມແລະໃຊ້ງານmove!ຄູ່ມືການຝືກອົບຮົມແລະໃຊ້ງານmove! ການໃຊ້ບັດຄຳ, ເກມ ແລະ ລະຄອນ Step by Step ພະແນກ ສົ່ງເສີມສິ່ງແວດລ້ອມ, ກສສ Move ແມ່ນຫຍັງ ?Move ແມ່ນຫຍັງ ?
  • 3. Mr. Bouasengpaseuth PHRASITHIDETH Move ແມ່ນຫຍັງ ຫຼັກການແບບ (MOVE) ສາມາດເຮັດໃຫ້ຜູ້ເຂົ້າຮ່ວມສາມາດອອກແບບ, ວາງແຜນ, ຈັດກອງປະຊຸມ ປຶກສາຫາລື, ຝືກອົບຮົມ ແລະ ກິດຈະກຳ ກ່ຽວກັບ ການສ້າງຈິດສຳນຶກໃນອະນາຄົດ ໂດຍສະເພາະ ຢູ່ໃນເຂດຫ່າງໄກສອກຫລີກ. ຜູ້ເຂົ້າຮ່ວມສາມາດຮຽນຮູ້ ກ່ຽວກັບ ການທົບທວນຄືນສໍາລັບພາລະບົດບາດຂອງເຂົາເຈົ້າ ກໍຄືການເປັນ ຜູ້ອຳນວຍຄວາມສະດວກ, ໂດຍສະເພາະຜູ້ເຂົ້າຮ່ວມ ຈະສາມາດນໍາໃຊ້ເຄື່ອງຊ່ວຍປະຈັກຕາ ເພື່ອຊ່ວຍ ໃຫ້ເຂົ້າໃຈທົ່ວໄປ ແລະ ການສື່ສານ ພ້ອມທັງຄວາມສາມາດໃນການມີສ່ວນຮ່ວມ ເພື່ອລະດົມເອົາສິ່ງ ທີ່ດີທີ່ສຸດໃນກຸ່ມເຮັດວຽກອອກມາ. ການຮຽນຮູ້ຈະມີປະສິດທິຜົນສູງສຸດ ຖ້າທຸກຄົນໄດ້ປະກອບສ່ວນໃນ ຂະບວນການແກ້ໄຂບັນຫາ ແລະ ການລະບຸເຖິງບັນຫາທາງອອກທີ່ສ້າງສັນ. ຫຼັກການແບບ (MOVE) ບາງເທື່ອກໍເອີ້ນວ່າ: ວິທີການແບບ 3H. 3H ຫລື ວ່າ Heads-Hearts-Hands (ຫົວ-ໃຈ-ມື) ເປັນເຄື່ອງໝາຍຂອງຄວາມຮັບຮູ້, ອາລົມ ແລະ ການຮຽນຮູ້ຕົວຈິງ ຊຶ່ງໝາຍເຖິງ ການຮັບຮູ້, ຄວາມຮູ້ສຶກ ແລະ ການກະທຳ. ການສື່ສານປະເພດນີ້ ແມ່ນເພື່ອດຶງດູດການສຶກສາຂອງຜູ້ໃຫຍ່ທີ່ມີຕໍ່ ທຸກໆຄວາມຮູ້ສຶກທີ່ຂຶ້ນກັບ 3 ຫລັກການຕົ້ນຕໍຄື: ການດໍາເນີນ ກ່ຽວກັບ ການຝຶກອົບຮົມ,ການນໍາໃຊ້ເຄື່ອງ ຊ່ວຍປະຈັກຕາ ແລະ ປະສົບການຕົວຈິງ ຍ້ອນວ່າ “ສິ່ງທີ່ພວກເຮົາໄດ້ຟັງ ພວກເຮົາຈະບໍ່ລືມ, ສິ່ງທີ່ພວກ ເຮົາເຫັນ ພວກເຮົາຈະຈົດຈຳ ແຕ່ສິ່ງທີ່ພວກເຮົາເຮັດນັ້ນ ພວກເຮົາຈະເຂົ້າໃຈ”. ຫຼັກການແບບ (MOVE) ເປັນເຄື່ອງມື ເພື່ອການກະຕຸ້ນຄວາມຄິດ ແລະ ສ້າງຄວາມເປັນເອກະພາບ ໃນກຸ່ມຕໍ່ກັບບັນຫາຕົ້ນຕໍທີ່ມີຄວາມສ່ຽງ. ຜູ້ອຳນວຍຄວາມສະດວກທີ່ນໍາໃຊ້ຫຼັກການແບບ (MOVE) ນຳພາກຸ່ມເຂົ້າມາຮ່ວມກັນໃນການສ້າງຄວາມດຸ່ນດ່ຽງຂອງບັນດາທ່າແຮງໃນຮູບການທີ່ບໍ່ມີການຖືກຄວບ ຄຸມໃດໆ ຊຶ່ງເຫລືອພຽງແຕ່ແນວຄວາມຄິດເທົ່ານັ້ນ. “ບໍ່ມີໃຜຮູ້ໝົດທຸກສິ່ງທຸກຢ່າງ ແຕ່ວ່າທຸກຄົນຮູ້ບາງ ສິ່ງບາງຢ່າງ”. ພວກເຂົາມີຄວາມຮັບຮູ້ ກ່ຽວກັບ ບັນຫາທີ່ອາດເປັນຄວາມສ່ຽງ ໂດຍປາສະຈາກການສະ ແດງອອກມາ. ການສອບຖາມ ແລະ ການສ້າງຄຳຖາມທີ່ຖືກຕ້ອງໃນເວລາທີ່ເໝາະສົມແມ່ນໜຶ່ງໃນໜ້າທີ່ ທີ່ສຳຄັນທີ່ສຸດຂອງພວກເຂົາ. ນອກນັ້ນ, ຜູ້ນຳພາກິດຈະກໍາທີ່ນໍາໃຊ້ຫຼັກການແບບ (MOVE) ຈະຮູ້ດີທີ່ສຸດ ກ່ຽວກັບ ການຫລິ້ນເກມ ແລະ ກິດຈະກໍາຕ່າງໆ ເພື່ອຊ່ວຍຊຸກຍູ້ກຸ່ມ ແລະ ສ້າງເວທີປຶກສາຫາລື ພ້ອມ ທັງການສ້າງທິມງານໃນຮູບແບບການວາງແຜນທີ່ດີ. ຄຸນລັກສະນະຕົ້ນຕໍຂອງວິທີການຝຶກອົບຮົມ ແລະ ການວາງແຜນມີດັ່ງນີ້: ຄວາມໂປ່ງໃສໃນການຕັດສິນບັນຫາ: ບັນດາຜູ້ເຂົ້າຮ່ວມຈະມີຄວາມໝັ້ນໃຈເພີ່ມຂຶ້ນໃນການອອກຄຳຄິດ ຄຳເຫັນຮ່ວມກັນ ຖ້າວ່າຄໍາຄິດເຫັນຂອງພວກເຂົາໄດ້ຖືກນຳມາປຶກສາຫາລືຢ່າງເອົາຈິງເອົາຈັງໃນການ ຕັດສິນບັນຫາໃດໜຶ່ງ. ສະນັ້ນ, ຜູ້ນຳພາກິດຈະກຳຕ້ອງໄດ້ມີຄວາມໂປ່ງໃສ ເພື່ອໃຫ້ເຫັນວ່າເປັນຫຍັງພວກ ເຮົາຈິ່ງດຳເນີນການໃນຮູບແບບນີ້ ຫລືເປັນຫຍັງເນື້ອໃນສະເພາະໃດໜຶ່ງຈຶ່ງໄດ້ຖືກມີການຄັດເລືອກ. ການກຳນົດເຖິງຄວາມຕ້ອງການ: ການວາງແຜນ ແລະ ການຝຶກອົບຮົມ ແມ່ນແນໃສ່ຄວາມຕ້ອງການຂອງ ຜູ້ເຂົ້າຮ່ວມຝຶກອົບຮົມມັນມີຄວາມສຳຄັນໃນການລະບຸເຖິງຄວາມຕ້ອງການຂອງພວກເຂົາໃນໄລຍະເລີ່ມ ຕົ້ນຂອງການຝຶກອົບຮົມ. ການຮ່ວມມື ແລະ ການມີສ່ວນຮ່ວມ: ທຸກໆຄວາມຄິດເຫັນຖືວ່າສຳຄັນ ສະນັ້ນ, ການສົນທະນາທີ່ຖືກຕ້ອງ ແມ່ນຕ້ອງປາສະຈາກການຄອບງຳ ຫລືການນັບຊັ້ນຕຳແໜ່ງ. ທຸກຄົນ, ກຸ່ມ ແລະການເຮັດວຽກທີ່ໄດ້ດີ ແມ່ນຕ້ອງຢູ່ບົນພື້ນຖານການຊ່ວຍເຫລືອເຊິ່ງກັນ ແລະ ກັນ.
  • 4. Mr. Bouasengpaseuth PHRASITHIDETH ການຮຽນຮູ້ໂດຍການປະເມີນຕົນເອງ: ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມໄດ້ມີການປະເມີນຕໍ່ກັບພຶດຕິກຳຂອງເຂົາເຈົ້າ ເອງ ເພື່ອໃຫ້ພວກເຂົາຈົດຈຳຜົນໄດ້ຮັບຂອງການວາງແຜນ ຫລື ການຝຶກອົບຮົມ ທີ່ມີປະສິດທິພາບທີ່ສູງ ຂຶ້ນ. ຫຼັກການແບບ (MOVE) ຍັງໄດ້ຊ່ວຍສ້າງຈຸດຢືນໃນທາງພາກປະຕບັດໃນການແກ້ໄຂບັນຫາ ໃນສະ ຖານະການທີ່ມີການສົມທຽບຂຶ້ນ. ການນຳພາດຳເນີນກິດຈະກຳ ແລະ ການສ້າງວິໄສທັດແບບມືອາຊີບ: ລະດັບຂອງຄວາມເອົາໃຈໃສ່ຈະ ເພີ່ມຂຶ້ນໂດຍການນຳໃຊ້ການສ້າງວິໄສທັດໃນຫລາຍໆຮູບແບບ. ຈະມີການຂຽນຄຳສັບ ຫລື ຄຳເວົ້າຕົ້ນຕໍ ໃສ່ໃນບັດແຜ່ຍເຈ້ຍແຂງ ຊຶ່ງທຸກຄົນສາມາດອ່ານ ແລະ ເບິ່ງເຫັນໄດ້. ເຊິ່ງມັນຈະຊ່ວຍໃຫ້ເຫັນເຖິງຄວາມ ຖືກຕ້ອງ ແລະ ຫລີກລ້ຽງການເວົ້າຄົນດຽວ ເພື່ອຈະຊ່ວຍໃນການຈົດຈຳອີກດ້ວຍ. ຍິ່ງໄປກວ່ານັ້ນ, ຄວນ ນຳໃຊ້ເຈັ້ຍຂະໜາດໃຫຍ່ (flip chart), ເຄື່ອງສາຍ (Power points), ການນຳໃຊ້ສື່ຫລາຍໆຮູບແບບ, ຮູບແຕ້ມ ແລະ ສິ່ງປະຈັກຕາຕ່າງໆ. ຜູ້ເຂົ້າຮ່ວມທຸກຄົນຕ້ອງສາມາດປະກອບສ່ວນໃນຮູບແບບໃດໜຶ່ງ ເປັນຕົ້ນແມ່ນ ການຊ່ວຍນຳພາຂະບວນການສ້າງກຸ່ມ, ການນຳພາໃນການປຶກສາຫາລື ແລະ ຜົນໄດ້ຮັບ ຂອງການປຶກສາຫາລືທີ່ເປັນຮູບປະທຳ. ການປະເມີນຜົນ: ການອະທິບາຍລາຍລະອຽດຂອງບັນຫາ ແມ່ນຈະຊ່ວຍອຳນວຍຄວາມສະດວກໃນ ການເຮັດວຽກເປັນທີມ ແລະ ຊ່ວຍໃຫ້ມີຮູບແບບທີ່ຍືດຍຸ່ນຕໍ່ກັບເນື້ອໃນ ແລະ ວິທີການຕ່າງໆ. ຜູ້ເຂົ້າຮ່ວມ ທັງໝົດຄວນມີສ່ວນຮ່ວມຮັບຜິດຊອບຕໍ່ກັບບັນດາຄຳຄິດເຫັນແລະການຕໍານິຕິຊົມ,ການວັດແທກຄວາມ ຮູ້ສຶກຂອງຜູ້ເຂົ້າຮ່ວມ ແລະ ການໃຫ້ຄຳຄິດເຫັນປະຈຳວັນຂອງຄະນະກຳມະການ.
  • 5. Mr. Bouasengpaseuth PHRASITHIDETH ການສ້າງຄວາມລຶ້ກເຄີຍລະຫວ່າງຜູ້ເຂົ້າຮ່ວມນຳກັນ ເປັນການພັງທະລາຍກຳແພງບິດກັນລະຫວ່າງນັກສຳມະນາກອນດ້ວຍກັນ ໂດຍນຳໃຊ້ວິທີການ ຫຼາຍໆວິທີ ຄື: • ການສະເໜີຕົວເອງໃຫ້ຜູ້ເຂົ້າຮ່ວມຮູ້ (ຊື່..............ໜ້າທີຮັບຜິດຊອບ..........ມາຈາກພາກສ່ວນໃດ) • ການຫຼີນເກມ ເພື່ອສ້າງຄວາມສະນິດສະຫນົມ (ທຳກິດຈະກຳຮ່ວມກັນ) • ການສ້າງຄວາມບັນເທິງ (ຮອງເພັງ ແລະ ພ້ອນ) • ການເລືອກຮູບພາບ ກໍ່ເປັນອີກທາງໜຶ່ງໃນການສ້າງຄວາມລຶ່ງເຄີຍ (ຊື່, ໜ້າທີຮັບຜິດຊອບ, ມາຈາກ ພາກສ່ວນ ແລະ ໃຫ້ບອກສາເຫດວ່າເປັນຫຍັງຈຶ່ງມັກຮູບພາບນີ້ໃຫ້ຜູ້ເຂົ້າຮ່ວມຟັງ)
  • 6. Mr. Bouasengpaseuth PHRASITHIDETH ການນຳສະເໜີເນື້ອໃນ ແລະ ພິທີການ ເປັນການບອກກ່າວວັດຖຸປະສົ່ງໃນການ ໃນການຈັດຝືກອົບຮົມ ຕັ້ງແຕ່ມື້ເປີດຈົນຮອດມື້ປິດ ວ່າຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຫຍັງແນ່ • ໄດ້ຮຽນແນວຄິດພື້ນຖານ,ວິທີການແລະເຄື່ອງ ມື້ ສຳລັບ ອຳນວຍຄວາມສະດວກໃນການເຮັດວຽກ ເປັນກຸ່ມ ໂດຍສະເພາະ ການດຳເນີນ ແລະ ການ ໃຊ້ສິ່ງປະຈັກຕາ • ຝືກຫັດຫຼາຍໆວິທີການ ແລະ ເຄື່ອງມືການດຳ ເນີນ ແລະ ນຳສິ່ງປະຈັກຕາ - ຕ.ຢ ການລະດົມ ສະໝອງ, ບົດຝືກຫັດ, ເກມ, ຄົ້ນຄວ້າເປັນກຸ່ມອື້ນໆ ໃນຫຼາຍໆສະຖານະການແລະໄລຍະຕະຫຼອດເຮັດ ວຽກເປັນກຸ່ມ • ຮຽນຮູ້ວິທີອອກແບບ, ວາງແຜນ ແລະ ຮ່າງບົດ ສຳລັບ ວຽກງານຕ່າງໆໃນຕໍ່ໜ້າ • ທົບທວນເບິ່ງບົດບາດຂອງການເປັນຜູ້ອຳນວຍ ຄວາມສະດວກ ຫຼື ຜູ້ດຳເນີນໃນວຽກກຸ່ມ • ປະເມີນຂໍ້ຈຳກັດ ແລະ ທ່າແຮງຂອງ Move ສຳລັບການສຶກສາ ແລະ ສືສານຂໍ້ມູນດ້ານສິ່ງແວດລ້ອມ ເປັນການບອກວາການດຳເນີນການຝືກ ອົບຮົມຕັ້ງແຕ່ມື້ທຳອິດຈົນຮອດມື້ສຸດທ້າຍ ເພື່ອ ໃຫ້ຜູ້ເຂົ້າຮ່ວມຮູ້ວ່າໃນແຕ່ລະມື້ ແມ່ນເຮົາຈະເຮັດ ຫຍັງແນ່ໃນແຕ່ລະວັນ • ແນະນຳຕົວເອງ, ເນື້ອໃນ ແລະ ວິທີການ ຄວາມຄາດຫວັງຂອງຜູ້ເຂົ້າຮ່ວມ • ຫຼັກການເຮັດວຽກ ແລະ ຄວາມສາມາດ Move ຫຼັກການຂຽນບັດຄຳ • ຄຳແນະນຳ ສຳລັບ ການລະດົມສະໝອງ ແລະ ຄຳແນະນຳສຳລັບການເຮັດວຽກເປັນກຸ່ມ • ເກມລະດົມສະໜອງໃນການຮັກສາໄຂ
  • 7. Mr. Bouasengpaseuth PHRASITHIDETH ການປະເມີນກ່ອນການຝືກອົບຮົມ ເປັນການປະເມີນຄວາມຮູ້ຄວາມສາມາດ ຂອງນັກສຳມະນາກອນກ່ອນການເຂົ້າຝືກອົບຮົມ ວ່າທ່ານມີຄວາມຮູ້ໜ່ອຍຫຼາຍປານໃດ ກ່ຽວກັບ ຫົວ ຂໍ້ຂອງການຝືກອົບຮົມ ເພື່ອໃຫ້ທາງຜູ້ຈັດຮູ້ເຖີງ ຄວາມຮູ້ຕວາມສາມາດຂອງຜູ້ເຂົ້າຮວ່ມ ເພື່ອຈະ ເອົາມາປຽບທຽບພາຍຫຼັງໄດ້ຮັກການຝືກອົບຮົມ ແລ້ວ ວ່າມີມີຕວາມປ່ຽນແປງໃນການຮັບຮູ້ໜອຍ ຫຼາຍປານໃດ ທ່ານມີທັກສະດ້ານຕ່າງໆລຸ່ມນີ້ບໍ່ • ດຳຫນວຍຄວາມສະດອກ ແລະ ດຳເນີນງານ ໃດໜື່ງ • ວາງແຜນ ແລະ ຈັດງານໃດໜື່ງ • ເຮັດວຽກເປັນທິມ • ການຈັດຕັ້ງປະຕິບັດ • ການນຳສະເໜີປະເດັນນຳໃຊ້ສິ່ງປະຈັກຕາ ຄວາມຄາດຫວັງ ເປັນການສອບຖາມຄວາມຄາດຫວັງວ່າ ຜູ້ເຂົ້າຮ່ວມຕ້ອງການຮຽນຮູ້ຫຍັງ ຈາກການຝືກອົບ ຮົມຄັ້ງນີ້ ເພື່ອຜູ້ຈັດຈະໄດ້ເຮັດຕາມຄວາມຕ້ອງ ການຂອງນັກສຳມະນາກອນ ຈາກນັ້ນກໍ່ຈັດເປັນ ກຸ່ມຕາມຄວາມເໝາະສົມວ່າມັນຈະຢູ່ໃນກຸ່ມໃດ (ຫລັກການ,ການສືສານກັບຊຸມຊົນ,ວິທີການ,ການ ນຳໃຊ້ສິ່ງປະຈັດຕາ, ຫລັກສະນະຂອງຜູ້ດຳເນີນ, ການປະເມີນ, ການວາງແຜນ ແລະ ອອກແບບ...)
  • 8. Mr. Bouasengpaseuth PHRASITHIDETH ອົງປະກອບຂອງສິ່ງປະຈັດຕາ • ກະດານອ່ອນ • ເຈັ້ຍເພືອງຂະໜາດໃຫຍ່ • ເຂັ້ມ • ປະເພດ ແລະ ຂະໜາດເຈັ້ຍບັດຄຳ • ບິກເພີດ (ຕ້ອງໃຊ້ຫົວໃຫຍ່) • ກາວ • ສາຍການພົວພັນ • ສັນຍາລັກຕ່າງໆ • ກະດານຂາວ • ເຈັ້ຍໂພດສະເຕີ ຫລັກການເຮັດວຽກແບບ Move ນຳໃຊ້ທ່າແຮງຂອງມະນຸດໃຫ້ເກີດປະໂຫຍດສູງສຸດ • ການມີສ່ວນຮ່ວມ ແລະ ການຮ່ວມມື້ - ປະສົບການທີ່ແຕກຕ່າງກັນ ແມ່ນລ້ວນແລ້ວແຕ່ມີຄວາມສຳຄັນເທົ່າກັນ - ແຕ່ລະຄຳເຫັນມີຄວາມໝາຍ ເຮັດໃຫ້ການສົນທະນາມີຄວາມຍຸດຕິທຳ - ການເຮັດວຽກເປັນບຸກຄົນ, ເປັນກຸມ່ ລວມກຸ່ມໃຫຍ່ ປະສົມປະສານຊ່ວຍເຫຼືອຊິ່ງກັນແລະກັນ - ກະຕຸ້ນຄວາມສາມາດ ແລະ ພອນສະຫວັນ • ການເນັ້ນໃສ່ບັນຫາ - ຫົວຂໍ້ສອດຄອງກັບສະພາບການເຮັດວຽກຂອງຜູ້ເຂົ້າຮ່ວມ - ຍົກຄຳຖາມທີ່ສອດຄອງ - ມີໂອກາດ ສຳລັບ ການແລກປ່ຽນຄຳຄິດເຫັນ ທັດສະນະຢ່າງສ້າງສັນ - ອຳນວຍຄວາມສະດວກສຳຫຼັບການເຮັດວຽກເປັນທີມ ດ້ວຍການປະສົມປະສານເນື້ອໃນ ວິທີ ການຢ່າງຍຶດຢຸ່ນ • ການສຳໃຊ້ສິ່ງປະຈັກຕາເຄື່ອນຍ້າຍໄດ້ - ຄຳເວົ້າຫລັກ, ປະໂຫຍດຫລັກ, ຂຽນໃສ່ບັດຄຳ, ຂຽນໂຕໃຫຍ່ ເພື່ອໃຫ້ບຸກຄົນເບິ່ງເຫັນ - ນຳໃຫ້ເຫັນສິ່ງຈະແຈ້ງ ແລະ ເປັນສິ່ງຊ່ວຍຈຳ - ໜື່ງຄຳເຫັນ, ໜື່ງບັດຄຳ - ໃຫ້ຂຽນບໍ່ເກີນສາມແຖວໃນໜື່ງບັດຄຳ • ມີການປະເມີນຜົນຢ່າງຕໍ່ເນື່ອງ - ການຂັດຈັງວະ ແມ່ນໃຫ້ບູລະມະສິດ ແກ່ການໃຫ້ຄວາມກະຈ່າງແຈ້ງ
  • 9. Mr. Bouasengpaseuth PHRASITHIDETH - ຄ່ອຍໆສ້າງຄວາມກະຈ່າງແຈ້ງປະເດັນຕ່າງໆ - ເພື່ອອຳນວຍຄວາມສະດວກການເຮັດວຽກເປັນທີມ ແລະ ວິທີການຍືດຍຸ່ນດ້ານເນື້ອໃນ -ມີກະດ້ານສຳລັບຂຽນຄຳວິຈານ ແລະ ຄຳແນະນຳ ຕາຕະລາງວັດແທກອາລົມ ແລະ ຄະນະສິດ ເວນ ເພື່ອໃຫ້ຄຳຕຳນິຕິຊົມຮັບປະກັນວ່າມີການແປ່ງຄວາມຮັບຜິດຊອບກັນລະຫວ່າງນັກສຳມະ ນາກອນກັບວິທະຍາກອນ ຫລັກການຂຽນບັດຄຳ ຫລັກການ ເຫດຜົນ ສິ່ງທີ່ຜິດພາດ ໜຶ່ງຄຳເຫັນ-ໜຶ່ງບັດຄຳ ເຮັດໃຫ້ສາມາດຈັດເປັນກຸ່ມຄຳ ເຫັນ ສາມຄຳເຫັນໃນບັດດຽວແມ່ນບໍ່ ສາມາດເບິ່ງໄດ້ຈັດເຈນ ແລະ ບໍ່ ສາມາດແປ່ງກຸ່ມໄດ້ ສູງສຸດສາມແຖວຕໍ່ບັດ ອ່ານງ່າຍແນມເຫັນດີ ດັ່ງທີ່ທ່ານກໍ່ເຫັນແລ້ວວ່າໜັງສື ມັນໜ້ອຍລົງ ຖ້າທ່ານຂຽນຫຼາຍ ກວ່າສາມແຖວຕໍ່ບັດ ຊິ່ງບໍ່ສາ ມາດອ່ານອອກ(ຖ້າເບີ່ງມາແຕ່ ໄກ ຂຽນໃຫ້ສັນກະທັດຫັດຈະແຈ້ງ ແລະ ຂຽນແຕ່ແຈຊ້າຍ ເພື່ອປະຫຍັດພື້ນທີໄວ້ຂຽນເພີ້ມ ຖ້າເຮົາເລີ້ມຂຽນແຈຂວາຈະເຮັດ ໃຫ້ເສຍເນື້ອທີ ໃຊ້ຕົວຂຽນນ້ອຍ-ໃຫຍ່ ດີກວ່າ ແລະ ອ່ານໄດ້ໄວກວ່າ ຖ້າຂຽນຕົວໃຫຍ່ໝົດຈະເຮັດໃຫ້ ອ່ານຍາກ ໃຊ້ບິກເພີດສົ້ນໃຫຍ່ຂຽນ ເພື່ອອ່ານໄດ້ງ່າຍກວ່າ ຖ້າທ່ານໃຊ້ເພີດສົ້ນນ້ອຍຂຽນ ຈະເຮັດໃຫ້ໜັງສືບາງໂພດ ແລະ ອ່ານບໍ່ຢາກເຫັນ
  • 10. Mr. Bouasengpaseuth PHRASITHIDETH ຊອງທາງການຮັບຮູ້ຂໍ້ມູນ • ລົດຊາດ ແລະ ຊິມລົດຊາດ • ການສຳພັດ • ດົມກິ່ນ • ຫູຟັງ • ເບິ່ງເຫັນ ການເຮັດໃຫ້ຈື່ໄດ້ງ່າຍ • ສິ່ງທີ່ທ່ານອ່ານ • ສິ່ງທີ່ທ່ານໄດ້ຍິນ • ສິ່ງທີ່ທ່ານເຫັນ • ສິ່ງທີ່ທ່ານເຫັນ ແລະ ທ່ານໄດ້ຍິນ • ສິ່ງທີ່ທ່ານເວົ້າ • ສິ່ງທີ່ທ່ານເວົ້າ ແລະ ທ່ານໄດ້ເຮັດໄປພ້ອມ
  • 11. Mr. Bouasengpaseuth PHRASITHIDETH ບາດກ້າວໃນການໃຊ້ບັດຄຳ 1. ແນະນຳເບື້ອງຕົ້ນວ່າໃຊ້ແນວໃດ ແລະ ຂຽນບັດຄຳ 2. ຮ່າງຄຳຖາມໃຫ້ຈະແຈ້ງ ແລະ ສະແດງໃສ່ສິ່ງປະຈັກຕາ 3. ໃຫ້ເວລາພຽງພໍສຳຫລັບຂຽນ ແລະ ກວດແກ້ບັດ 4. ເກັບບັດທີ່ຂຽນແລ້ວ ແລະ ສັບປົນກັນ 5. ອ່ານແຕ່ລະບັດດັງໆ ແລະ ຕິດໃສ່ກະດານອ່ອນ(ໜຶ່ງກະດານບໍ່ໃຫ້ເກິນ 30 ບັດ) 6. ຮ່ວມກັບຜູ້ເຂົ້າຮ່ວມຈັດບັດເຂົ້າກັນເປັນກຸ່ມ 7. ຈົ່ງຫວ່າງ ລະຫວ່າງແຕ່ລະກຸ່ມໄວ້ ເພື່່ອໃຫ້ສາມາດຕື່ມ ແລະ ຍ້າຍໄດ້ 8. ຂິດອ້ອມແຕ່ລະກຸ່ມບັດ ໂດຍໃຊ້ບິກເພີດຮ່ອງໃຫຍ່ອາດເຮັດເປັນຮູບກ້ອນເມກ 9. ຄັດເລືອກ ແລະ ຂຽນຫົວຂໍ້ ສຳລັບ ແຕ່ລະກຸ່ມໂດຍໃຊ້ບັດທີ່ມີຮູບແບບອື່ນໆ 10. ໃຊ້ກາວຕິດບັດຄຳເຫຼົ່ານີ້ໃສ່ເຈັ້ຍເຟືອງແຜ່ນໃຫຍ່ ແລະ ເກັບໄວ້ເບິ່ງເພື່ອຈື່ ຄຳແນະນຳ ສຳລັບ ວຽກກຸ່ມ ການລະດົມສະຫມອງ • ຈັດສະຖານທີ່ເຮັດວຽກຂອງກຸ່ມໃຫ້ສະດວກ • ສະແດງໜ້າວຽກຂອງກຸ່ມເປັນຄຳເວົ້າ • ຖາມເພື່ອຄວາມກະຈ່າງແຈ້ງ • ເລືອກຜູ້ປະສານງານຂອງກຸ່ມ, ຜູ້ສະເໜີ ແລະ ຜູ້ຈັບເວລາ • ເກັບກຳຄຳເຫັນໂດຍໃຫ້ແຕ່ລະຄົນຂຽນໃສ່ບັດ ກ່ອນ • ໃຊ້ບັດເຫຼືອງເພື່ອຢຸດຜູ້ທີ່ເວົ້າຍາວເກີນເວລາ • ສະມາຊິກກຸ່ມສະເໜີບັດຄຳຂອງຕົນດ້ວຍການ ຕິດຢາຍໄປໃສ່ກະດານ • ເມື່ອສະມາຊິກກຸ່ມທຸກຄົນຕິດບັດຄຳຂອງຕົນ ແລ້ວ ໃຫ້ກຸ່ມຈັດບັນດາບັດຄຳເປັນກຸ່ມ ດ້ວຍການ ສົນທະນາຄວາມໝາຍຂອງບັດຄຳກ່ອນ • ເມື່ອຈັດກຸ່ມແລ້ວ ກໍ່ໃສ່ຫົວຂໍ້ຂອງແຕ່ລະກຸ່ມ ບັດຄຳ • ຈຸດທີ່ຍັງຖົກຖຽງກັນບໍ່ທັນຕົກແຕກ ກໍ່ຄວນ ໝາຍເຄື່ອງໝາຍໃສ່ • ກຽມນຳສະເໜີໃຫ້ກຸ່ມລວມ
  • 12. Mr. Bouasengpaseuth PHRASITHIDETH ບົດຝືກຫັດ ການລະດົມສະຫອງ ກະລຸນາສົນທະນາ ແລະ ລະດົມສະໝອງ ກ່ຽວກັບ ຄຳຖາມ/ໜ້າວຽກ ເປັນ 3 ກຸ່ມ ໂດຍໃຊ້ທິດທາງແນະ ນຳ ກ່ຽວກັບ ການລະດົມສະໝອງ ແລະ ທິດທາງແນະ ນຳ ກ່ຽວກັບ ການເຮັດວຽກເປັນກຸ່ມ ທີ່ຫາກໍ່ແນະນຳ ໃຫ້ຂຽນຄຳເຫັນໃສ່ບັດຄຳແລ້ວຕິດ ແລະ ຈັດຄຳເຫັນ ເປັນກຸ່ມໃສ່ກະດານໃຫ້ຈະແຈ້ງທີ່ສຸດ ເພື່ອໃຫ້ອ່ານ ງ່າຍ ທ່ານມີເວລາບໍ່ເກີນ 30 ນາທີ ນຳສະເໜີຜົນໃຊ້ໜື່ງ ກະດານເທົ່ານັ້ນ ນຳໃຊ້ບັດຄຳ ແລະ ບິກເພີດສີ. ໃຫ້ກຽມພ້ອມນຳສະເໜີຜົນຊ້າສຸດບໍ່ກາຍ 5 ນາທີ. ທ່ານມີເວລາສູງສຸດ 15 ນາທີ ສຳລັບ ນຳສະເໜີ. ການເປັນນັກວິທະຍາກອນຕ້ອງມີສາມຢ່າງ ຫົວ (ດ້ານການຮັບຮູ້ ເພື່ອຮູ້), ຫົວໃຈ (ດ້ານປະສິດທິຜົນ ເພື່ອຮູ້ສຶກ) ແລະ ມື (ດ້ານຈິດໃຈກະຕຸ້ໃຫ້ເຮັດ) ວິທີນຳໃຊ້ສິ່ງປະຈັກຕາຢາງມີປະສິດທິຜົນ • ຕົວຢ່າງທີ່ດີ - ດຶງດູດຄວາມສັນໃຈ ດ້ວຍການກະຕຸ້ນສາຍຕາ - ເຊື່ອມຕໍ່ບາງສິ່ງທີ່ຄຸ້ນເຄີຍກັບຜູ້ຟັງ ແຕ່ອາດນຳສະເໜີໃນ ສະພາບໃໝ່ - ນຳສະເໜີປະເດັນ ຫຼື ຂະບວນການທີ່ສະຫຼັບຊັບຊ້ອນ ແບບງ່າຍດາຍ - ກະຕຸ້ນການເຊື່ອມໂຍງສະໜອງກັບຮູບພາບທີ່ກ່ຽວຂ້ອງ ກັບບັດຄຳ ແລະ ຫົວຂໍ້ - ແຕ່ງອອກມາຢ່າງກົມກືນ (ສະຫຼັບສີເຂົ້າກັນ, ໄລຍະຫ່າງ.) - ເຮັດໃຫ້ມີການເນັ້ນໜັກຂໍ້ມູນທີ່ຂຽນເປັນລາຍລັກອັກສອນ ແລະ ຂໍ້ມູນເປັນພາບ - ໃຊ້ບັດຄຳເປັນປະໂຫຍກເທົ່ານັ້ນ ຂຽນໂຕໃຫຍ່ ເປັນຫຍໍ້ ໜ້າຕາຕະລາງ ຫຼື ຮູບແບບທີ່ໜ້າສົນໃຈອື່ນໆ - ສ້າງສາຍພົວພັນທີ່ຈະແຈ້ງລະຫວ່າງບົດຂຽນ ແລະ ສິ່ງປະ
  • 13. Mr. Bouasengpaseuth PHRASITHIDETH ຈັກຕາ - ກະຕຸ້ນການສົນທະນາ • ຈຸດອ່ອນ - ພາໃຫ້ມີຄວາມສັບສົນ ຕົວຢ່າງ ຍ້ອນຂໍ້ມູນຫຼາຍໂພດ - ເບິ່ງແປກ ແລະ ບໍ່ສອດຄອງໃນເບື້ອງຕົ້ນ ແຕ່ບໍ່ມີການຕີ ຄວາມໝາຍຕໍ່ - ບໍ່ໄດ້ສະໜອງມຸມມອງອື່ນໆ ກ່ຽວກັບ ຫົວຂໍ້ - ນຳໃຊ້ພາບທີ່ເປັນຕາຖົກຖຽງບໍ່ກ່ຽວຂ້ອງກັບບົດ (ພາບໂຄສະ ນາ ຫຼື ເຄື່ອງໝາຍຈາກ Power piont ອື່ນໆ) - ລວມມີພາບທີ່ຂັດແຍ່ງກັນ ຫຼື ຊ່ອງຫວ່າງດ້ານສີ/ການຈັດໜ້າ - ບັດເລົ່າເລື່ອງທີ່ຕ່າງຈາກຮູບພາບ - ນຳໃຊ້ວິທີການກະຈາຍຮູບພາບ ແລະ ບົດແບບກະແຈກກະ ຈາຍ ບໍ່ເຊື່ອມຕໍ່ກັນ - ສ້າງຄວາມສັບສົນໃນລະດັບໜື່ງ ຄວາມອາດສາມາດດ້ານ Move • ຄວາມສາມາດຕອນຮັບພົວພັນ ຮັບປະກັນວ່າເນັ້ນໃສ່ໝາກ ຜົນຂອງວຽກ ແລະ ສ້າງການສືສານທີ່ມີປະສິດທິຜົນ ແລະ ແກ້ ໄຂບັນຫາ • ຄວາມສາມາດສ້າງ ແລະ ນຳໃຊ້ສິ່ງປະຈັກຕາ ສະໜັບສະ ໜຸນຄວາມເຂົ້າໃຈທົ່ວໄປ ແລະ ຊ່ວຍຈື່ຜົນຂອງວຽກປັດໃຈພາຍ ນອກ • ຄວາມສາມາດດ້ານການມີສ່ວນຮ່ວມ ດຶງເອົາສິ່ງທີ່ດີທີ່ສຸດ ອອກມາຈາກກຸ່ມ ໂດຍຂະບວນການຮຽນຮູ້ ເຊິ່ງໝົດທຸກຄົນປະ ກອບສ່ວນ • ຄວາມສາມາດດ້ານການສ້າງບົດ ຮັບປະກັນວ່າງານມີ ຄວາມຫຼາກຫຼາຍມີທັງສິ່ງທີ່ເຮັດໃຫ້ໃຈຈົດຈໍ່ ແລະ ສິ່ງທີ່ເຮັດໃຫ້ ຕື້ນເຕັ້ນຄົ້ນຄ້ວາເປັນກຸ່ມແລະສົນທະນາລວມປະສົບການແລະ ການຮຽນຮູ້ ເກມ ແລະ ລະຄອນ ເປັນການສ້າງບັນຍາກາດໄດ້ດີ ໃນການຝືກອົບຮົມເພາະທຸກຄົນຕ້ອງມີສ່ວນຮວມນຳກັນ
  • 14. Mr. Bouasengpaseuth PHRASITHIDETH ສຸດທ້າຍແມ່ນຕ້ອງເຮັດການປະເມີນຄືນ ການປະເມີນຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກສຳມະນາກອນວ່າມີຄວາມເຂົ້າໃຈປານໃດ ພາຍຫຼັງທີ່ໄດ້ຮັບການຝືກອົບຮົມ
  • 15. Mr. Bouasengpaseuth PHRASITHIDETH ການປະເມີນອາລົມ ການປະເມີນອາລົມຂອງຜູ້ເຂົ້າຮ່ວມວ່າມີຄວາມພໍ່ໃຈກັບການຝືກອົບຮົມ ແລະ ມີຄວາມສຸກ ໜ່ອຍຫຼາຍປານໃດ
  • 16. Mr. Bouasengpaseuth PHRASITHIDETH ການປະເມີນວ່າຖືກກັບຄວາມຕ້ອງການ ການເປັນເມີນຈຸດປະສົງວ່າຖືກຕ້ອງຕາມທີນັກສຳມະນາກອນຢາກຮຽນຮູ້ ຢາກໄດ້
  • 17. Mr. Bouasengpaseuth PHRASITHIDETH ປະເມີນສະຖານທີ່ ແລະ ອາຫານ ການປະເມີນສະຖານທີ ແລະ ອາຫານ ວ່າເໝາະສົມກັບຄວາມຕ້ອງການໃນການຝືກອົບຮົມ
  • 18. Mr. Bouasengpaseuth PHRASITHIDETH ປະເມີນເນື້ອໃນຂອງການຝືກອົບຮົມ ການປະເມີນເນື້ອໃນໃນການຝືກອົບຮົມວ່າມັນຖືກຕ້ອງ ແລະ ເໝາະສົມ